ກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍດ່ານເຂົ້າ-ອອກ ສປປ ລາວ ຢູ່ຂັ້ນສູນກາງ ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກດ່ານທົ່ວປະເທດ
Source: https://ccop.gov.la/index.php/page/47/845
Archived: 2026-04-23 17:20
ກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍດ່ານເຂົ້າ-ອອກ ສປປ ລາວ ຢູ່ຂັ້ນສູນກາງ ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກດ່ານທົ່ວປະເທດ
ການເຄື່ອນໄຫວຂອງ ຄຈສພ
ການເຄື່ອນໄຫວພາຍໃນ
ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ປະກົດຜົນເປັນຈິງ
ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955-22 ມີນາ 2025) ຄົບຮອບ 70 ປີ ຢ່າງສຸດໃຈ
ການເຄື່ອນໄຫວຂອງ ຄຈສພ
ການເຄື່ອນໄຫວພາຍໃນ
ການເຄື່ອນໄຫວຮ່ວມມືກັບຕ່າງປະເທດ
ການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ
ການເຄື່ອນໄຫວຂອງຄະນະພັກຂັ້ນຕ່າງໆ
ລາຍການກໍ່ສ້າງພັກ
ວາລະສານກໍ່ສ້າງພັກ
ວາລະສານ ລາຍ 3 ເດືອນ
ວາລະສານ ລາຍ 2 ເດືອນ
ວາລະສານ ລາຍເດືອນ
ວີດີໂອມູນເຊື້ອ
+ ເວັບໄຊສາຍການເມືອງ (
2
)
- ຄະນະໂຄສະນາອົບຮົມສູນກາງພັກ
- ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
+ ເວັບໄຊລັດຖະບານ (
18
)
- ກະຊວງກະສິກຳແລະປ່າໄມ້
- ກະຊວງ ສຶກສາ ແລະ ກິລາ
- ກະຊວງ ປ້ອງກັນຄວາມສະຫງົບ
- ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ
- ກະຊວງ ພະລັງງານ ແລະ ບໍ່ແຮ່
- ກະຊວງ ຍຸດຕິທຳ
- ກະຊວງ ໂຍທາທິການ ແລະ ຂົນສົ່ງ
- ກະຊວງແຜນການ ແລະ ການລົງທຶນ
- ກະຊວງ ການເງິນ
- ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ
- ກະຊວງ ສາທາລະນະສຸກ
- ກະຊວງ ພາຍໃນ
- ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
- ກະຊວງ ເຕັກໂນໂລຊີ ແລະ ການສື່ສານ
- ກະຊວງ ການຕ່າງປະເທດ
- ກະຊວງ ປ້ອງກັນປະເທດ
- ເວັບໄຊລັດທະບານ
- ສະພາແຫ່ງຊາດ
+ ເວັບໄຊໜັງສືພິມ (
5
)
- ໜັັງສືພິມ ປະຊາຊົນ
- ວຽງຈັນໃໝ່
- ໜັງສືພິມ ເສດຖະກິດ ສັງຄົມ
- ຫນັງສືພິມກອງທັບປະຊາຊົນລາວ
- ວຽງຈັນທາມ
ຈຳນວນຜູ້ເຂົ້າຊົມ
ທັງໝົດ: 9,085,420
wc
ປີກາຍ: 500,014
wc
ປີນີ້: 575,498
ເດືອນແລ້ວ: 47,520
ເດືອນນີ້: 4,582
7 ວັນລ່າສຸດ: 1,452
ມື້ນີ້: 320
ຟອມຄົ້ນຫາ

ຈຳນວນຜູ້ອ່ານ: 69
ອະນຸມັດວັນທີ:
13/03/2026
ໂດຍ: ພູວອນ ອານຸວົງ
ວັນທີ 11 ມີນາ 2026 ນີ້ ກົມພັດທະນາການບໍລິຫານລັດ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍດ່ານເຂົ້າ-ອອກ ສປປ ລາວ ຢູ່ຂັ້ນສູນກາງ ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກດ່ານທົ່ວປະເທດ ຂຶ້ນຢູ່ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຮອງລັດຖະມົນຕີ ບັນດາກະຊວງ ແລະ ອົງການທຽບເທົ່າ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຕາງໜ້າທະນາຄານແຫ່ງ ສປປ ລາວ, ປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ປະທານອົງການກາແດງ, ຫົວໜ້າກົມ-ຮອງຫົວໜ້າຫ້ອງການ, ກົມ ຈາກຄະນະຈັດຕັ້ງສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ກ່າວຕໍ່ກອງປະຊຸມວ່າ ວຽກງານດ່ານຊາຍແດນ ແລະ ສະໜາມບິນສາກົນ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ຕິດພັນກັບນະໂຍບາຍການຕ່າງປະເທດ ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ນະໂຍບາຍທາງດ້ານເສດຖະກິດ ຊຶ່ງມີໜ້າທີ່ໃນການຈັດຕັ້ງປະຕິບັດ ລະບຽບ, ກົດໝາຍ ທັງພາຍໃນ ແລະ ຕ່າງປະເທດ ແລະ ບັນດາສົນທິສັນຍາ ຕ່າງໆລະຫວ່າງຊາດ ແລະ ສາກົນ, ຈັດສັນ, ຄຸ້ມຄອງການເຂົ້າ-ອອກ ຂອງບຸກຄົນ, ຍານພາຫະນະທຸກປະເພດ ແລະ ສິນຄ້າທຸກຊະນິດທີ່ເຂົ້າ-ອອກລະຫວ່າງປະເທດໃຫ້ເປັນລະບົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປະຕິບັດຖືກຕ້ອງ ຕາມກົດໝາຍ, ແຕ່ໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ຍັງບໍ່ທັນມີນິຕິກໍາທີ່ເປັນເອກະພາບໃນການຄຸ້ມຄອງວຽກດັ່ງກ່າວ. ຈົນມາຮອດທ້າຍປີ 2018 ລັດຖະບານ ຈຶ່ງໄດ້ຄົ້ນຄວ້າ ແລະ ອອກດໍາລັດວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ ສະບັບເລກທີ 558/ລບ, ລົງວັນທີ 31 ທັນວາ 2018 ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ຊຶ່ງຜ່ານການຈັດຕັ້ງປະຕິບັດ ແລະ ການລາຍງານຂອງກະຊວງກ່ຽວຂ້ອງ ແລະ ບັນດາແຂວງ ເຫັນວ່າ ມີຫຼາຍດ່ານຊາຍແດນ ແລະ ສະໜາມບິນສາກົນ ຍັງບໍ່ທັນສາມາດຈັດຕັ້ງປະຕິບັດ ຕາມດໍາລັດວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ ສະບັບເລກທີ 558/ລບ ເປັນຕົ້ນແມ່ນ ພາລະບົດບາດ ຂອງຄະນະຄຸ້ມຄອງດ່ານ, ສິດ-ໜ້າທີ່ ຂອງຄະນະຄຸ້ມຄອງດ່ານ, ໂຄງປະກອບກົງຈັກຂອງດ່ານ ແລະ ໂຄງປະກອບບຸກຄະລາກອນ ຂອງຄະນະຄຸ້ມຄອງດ່ານຊາຍແດນສາກົນ ລວມທັງການເງິນ ຂອງດ່ານ ຈຶ່ງເປັນສາເຫດທີ່ເຮັດໃຫ້ ຄະນະຄຸ້ມຄອງດ່ານ ບໍ່ມີບົດບາດໃນການຄຸ້ມຄອງ ແລະ ພັດທະນາດ່ານ; ຈາກນັ້ນ ກະຊວງພາຍໃນ (ໃນເມື່ອກ່ອນ) ຈຶ່ງໄດ້ສົມທົບກັບບັັນດາກະຊວງກ່ຽວຂ້ອງ ປັບປຸງດໍາລັດ ສະບັບດັ່ງກ່າວ ໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ໄດ້ສະເໜີລັດຖະບານ ອະນຸມັດ ປັບປຸງມາເປັນດໍາລັດວ່າດ້ວຍ ດ່ານເຂົ້າ-ອອກ ສປປ ລາວ ສະບັບເລກທີ 643/ລບ. ລົງວັນທີ 25 ພະຈິກ 2024.
ໃນກອງປະຊຸມທ່ານ ສຸລິວັນ ອ່ອນຕາວົງ ຫົວໜ້າກົມພັດທະນາການບໍລິຫານລັດ ໄດ້ນໍາສະເໜີບາງເນື້ອໃນສໍາຄັນຂອງດໍາລັດວ່າດ້ວຍ ດ່ານເຂົ້າ-ອອກ ສປປ ລາວ ສະບັບເລກທີ 643/ລບ ລົງວັນທີ 25 ພະຈິກ 2024 ແລະ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານດ່ານສາກົນທົ່ວປະເທດ ໂດຍທ່ານໄດ້ໃຫ້ຮູ້ວ່າ ໃນດໍາລັດ ສະບັບນີ້ ປະກອບມີ 10 ພາກ ແລະ 83 ມາດຕາ ແລະ ໄດ້ປັບປຸງຈາກດໍາລັດ ສະບັບເກົ່າຫຼາຍຈຸດ ໂດຍສະເພາະຄະນະຄຸ້ມຄອງດ່ານກົນ, ວຽກງານການເງິນຂອງດ່ານ ແລະ ໂຄງປະກອບການຈັດຕັ້ງຂອງດ່ານ ເພື່ອໃຫ້ດໍາລັດວ່າດ້ວຍດ່ານ ເຂົ້າ-ອອກ ສປປ ລາວ ຖືກຈັດຕັ້ງປະຕິບັດໃຫ້ເປັນເອກະພາບກັນ. ມາຮອດປະຈຸບັນນີ້ ດ່ານສາກົນໃນທົ່ວປະເທດມີຈໍານວນທັງໝົດ 33 ດ່ານ, ດ່ານທ້ອງຖີ່ນຈໍານວນ 17 ດ່ານ ແລະ ດ່ານປະເພນີຈໍານວນ 53 ດ່ານ. ໂອກາດດຽວກັນນີ້ ກອງປະຊຸມຍັງໄດ້ຮັບຟັງ ການລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານດ່ານ ຂອງບັນດາກະຊວງທີ່ກ່ຽວຂ້ອງ ແລະ ພ້ອມກັນປະກອບຄໍາຄິດເຫັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຄວາມຖືກຕ້ອງ, ຊັດເຈນ ແລະ ສອດຄ່ອງກັບດໍາລັດອີກດ້ວຍ.
ຕອນທ້າຍກອງປະຊຸມ ທ່ານ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເນັ້ນໜັກໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕິດຕາມການຈັັດຕັ້ງປະຕິບັດດັ່ງນີ້:
1. ສະເໜີໃຫ້ ບັນດາກະຊວງທີ່ກ່ຽວຂ້ອງໂດຍສະເພາະ ພາກສ່ວນທີ່ມີຂະແໜງຂອງຕົນທີ່ຈັດຕັ້ງປະຕິ ບັດວຽກຢູ່ດ່ານ ໃຫ້ສືບຕໍ່ຈັດຕັ້ງເຜີຍແຜ່, ຜັນຂະຫຍາຍ ພ້ອມທັງຈັດຕັ້ງປະຕິບັດດໍາລັດວ່າດ້ວຍດ່ານ ເຂົ້າ-ອອກ ສປປ ລາວ ໃຫ້ທົ່ວເຖິງ ແລະ ເປັນເອກະພາບກັນ;
2. ສະເໜີໃຫ້ ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບແຂວງທີ່ມີດ່ານຕັ້ງຢູ່ ກວດກາຄືນ ໂຄງລ່າງພຶ້ນຖານ ຂອງແຕ່ລະດ່ານ, ຖ້າຫາກດ່ານໃດ ບໍ່ທັນໄດ້ມາດຕະຖານ ຕາມທີ່ກໍານົດໃນພາກທີ 3 ຂອງດໍາລັດ ໃຫ້ຂຶ້ນແຜນ ແລະ ປັບປຸງໂດຍໄວ ເພື່ອໃຫ້ໄປຕາມມາດຕະຖານ ຂອງດ່ານແຕ່ລະປະເພດ ເພື່ອເຮັດໃຫ້ດ່ານ ເຄື່ອນໄຫວ ມີປະສິດທິພາບຂຶ້ນເລື້ອຍໆ;
3. ສໍາລັບ ງົບປະມານບໍລິຫານ ຂອງດ່ານ ແມ່ນສະເໜີໃຫ້ ກະຊວງການເງິນຕິດຕາມ ແລະ ຊີ້ນໍາພະແນກການເງິນແຂວງ ແລະ ເມືອງ ຈັດສັນ ແລະ ແບ່ງງົບປະມານບໍລິຫານ ໃຫ້ຄະນະຄຸ້ມຄອງດ່ານ ຄືກັນບັນດາພະແນກການຂັ້ນແຂວງ ແລະ ຫ້ອງການຂັ້ນເມືອງ ຕາມທີ່ກໍານົດໃນມາດຕາ 43 ຂອງດໍາລັດ;
4. ມອບໃຫ້ກົມພັດທະນາການບໍລິຫານລັດ ເປັນເຈົ້າການປະສານສົບທົບກັບພາກສ່ວນທີ່ກ່ຽວຂ້ອງ, ຕິດຕາມ ການປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂອງຄະນະຄຸ້ມຄອງດ່ານ ພ້ອມທັງ ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ຕາມດໍາລັດ 643/ລບ.
ຂ່າວເພີ່ມຕື່ມ
ອະນຸມັດ ວັນທີ:
17/03/2026
ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານແມ່ຍິງ ປະຈໍາປີ 2025 ແລະ ແຜນການ ປີ 2026 ຂອງສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ

06/03/2026
ກອງປະຊຸມພົບປະລະຫວ່າງພາກລັດ ແລະ ອົງການຈັດຕັ້ງສັງຄົມລາວ ປະຈຳປີ 2025
ອະນຸມັດ ວັນທີ:
20/02/2026
ຄະນະຈັດຕັ້ງສູນກາງພັກ ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປະຈໍາປີ 2026
ອະນຸມັດ ວັນທີ:
24/12/2025
ຍົກລະດັບຄວາມຮູ້ ແລະ ສ້າງຄວາມເຂັ້ມແຂງໃຫ້ ພະນັກງານ-ລັດຖະກອນ ຄຈສພ
ອະນຸມັດ ວັນທີ:
24/12/2025
ກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານສຳຄັນ ແລະ ປັບປຸງການຈັດຕັ້ງພາຍໃນ ຄຈສພ
ໄດ້ຮັບອະນຸຍາດ ສ້າງເວບໄຊຈາກຄະນະຈັດຕັ້ງສູນກາງພັກ ເພື່ອເຜີຍແຜ່, ແນະນຳແນວທາງການຈັດຕັ້ງ ຂອງພັກປະຊາຊົນປະຕິວັດລາວ