ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄັ້ງທີ II
Source: https://ccop.gov.la/index.php/page/93
Archived: 2026-04-23 17:34
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄັ້ງທີ II
ກອງປະຊຸມ
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກ

ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ປະກົດຜົນເປັນຈິງ
ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955-22 ມີນາ 2025) ຄົບຮອບ 70 ປີ ຢ່າງສຸດໃຈ
ການເຄື່ອນໄຫວຂອງ ຄຈສພ
ການເຄື່ອນໄຫວພາຍໃນ
ການເຄື່ອນໄຫວຮ່ວມມືກັບຕ່າງປະເທດ
ການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ
ການເຄື່ອນໄຫວຂອງຄະນະພັກຂັ້ນຕ່າງໆ
ລາຍການກໍ່ສ້າງພັກ
ວາລະສານກໍ່ສ້າງພັກ
ວາລະສານ ລາຍ 3 ເດືອນ
ວາລະສານ ລາຍ 2 ເດືອນ
ວາລະສານ ລາຍເດືອນ
ວີດີໂອມູນເຊື້ອ
+ ເວັບໄຊສາຍການເມືອງ (
2
)
- ຄະນະໂຄສະນາອົບຮົມສູນກາງພັກ
- ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
+ ເວັບໄຊລັດຖະບານ (
18
)
- ກະຊວງກະສິກຳແລະປ່າໄມ້
- ກະຊວງ ສຶກສາ ແລະ ກິລາ
- ກະຊວງ ປ້ອງກັນຄວາມສະຫງົບ
- ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ
- ກະຊວງ ພະລັງງານ ແລະ ບໍ່ແຮ່
- ກະຊວງ ຍຸດຕິທຳ
- ກະຊວງ ໂຍທາທິການ ແລະ ຂົນສົ່ງ
- ກະຊວງແຜນການ ແລະ ການລົງທຶນ
- ກະຊວງ ການເງິນ
- ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ
- ກະຊວງ ສາທາລະນະສຸກ
- ກະຊວງ ພາຍໃນ
- ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
- ກະຊວງ ເຕັກໂນໂລຊີ ແລະ ການສື່ສານ
- ກະຊວງ ການຕ່າງປະເທດ
- ກະຊວງ ປ້ອງກັນປະເທດ
- ເວັບໄຊລັດທະບານ
- ສະພາແຫ່ງຊາດ
+ ເວັບໄຊໜັງສືພິມ (
5
)
- ໜັັງສືພິມ ປະຊາຊົນ
- ວຽງຈັນໃໝ່
- ໜັງສືພິມ ເສດຖະກິດ ສັງຄົມ
- ຫນັງສືພິມກອງທັບປະຊາຊົນລາວ
- ວຽງຈັນທາມ
ຈຳນວນຜູ້ເຂົ້າຊົມ
ທັງໝົດ: 9,085,420
wc
ປີກາຍ: 500,014
wc
ປີນີ້: 575,498
ເດືອນແລ້ວ: 47,520
ເດືອນນີ້: 4,582
7 ວັນລ່າສຸດ: 1,452
ມື້ນີ້: 320
ຟອມຄົ້ນຫາ
ກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກ (3-6/2/1972)
ດາວໂຫຼດເອກະສານ
ຈຳນວນຜູ້ອ່ານ: 81
ອະນຸມັດວັນທີ:
13/02/2018
- ດຳເນີນ, ແຕ່ວັນທີ 03-06/02/1972, ທີ່ເມືອງວຽງໄຊ, ແຂວງຫົວພັນ, ມີຜູ້ແທນເຂົ້າຮ່ວມ 125 ສະຫາຍ ທີ່ຕາງໜ້າໃຫ້ສະມາຊິກພັກ 20 ພັນກວ່າສະຫາຍ ໃນທົ່ວປະເທດ.
- ເລືອກຕັ້ງຄະນະບໍລິຫານງານສູນກາງພັກ 29 ສະຫາຍ, ໃນນັ້ນກໍາມະການສົມບູນ 23 ສະຫາຍ ແລະ ສໍາຮອງ 6 ສະຫາຍ.
- ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງປະຖົມມະລຶກ ໄດ້ເລືອກຕັ້ງເອົາກົມການເມືອງສູນກາງພັກ 7 ສະຫາຍ, ເລືອກເອົາ ສະຫາຍ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ສູນກາງພັກ.
- ຕົກລົງຈັດຕັ້ງຄະນະເລຂາທິການສູນກາງພັກ, ເລືອກຕັ້ງປະທານກວດກາສູນກາງພັກ; ຕົກລົງປ່ຽນຊື່ “ພັກປະຊາຊົນລາວ” ມາເປັນ “ພັກປະຊາຊົນ ປະຕິວັດ ລາວ” ໃນປະຈຸບັນ.
- ເນື້ອໃນຕົ້ນຕໍຂອງມະຕິ: ສັງລວມຂະບວນວິວັດຂອງການປະຕິວັດ ໃນ 26 ປີທີ່ີ່ຜ່ານມາ, ຍົກໃຫ້ເຫັນສາເຫດຂອງໄຊຊະນະ ເຊິ່ງໃນນັ້ນ ການນຳພາອັນ ຖືກຕ້ອງ ແລະ ສະຫລາດສ່ອງໃສຂອງພັກ ເປັນສາເຫດທີ່ຕັດສິນກວ່າໝູ່; ຖອດຖອນບົດຮຽນຕ່າງໆ ຂອງຂະບວນການປະຕິວັດລາວ ໃນໄລຍະຜ່ານມາ, ພິສູດ ໃຫ້ເຫັນສັດຈະທໍາອັນຍິ່ງໃຫຍ່ຂອງຍຸກສະໄໝຄືປະເທດໜຶ່ງໆ ເຖິງວ່ານ້ອຍ, ເສດຖະກິດ, ວັດທະນະທຳ ຂະຫຍາຍຕົວຊ້າ, ແຕ່ມີພັກມາກ-ເລນິນ ທີ່ແທ້ຈິງນໍາພາ, ມີແນວທາງການເມືອງ ການທະຫານທີ່ຖືກຕ້ອງ, ມີວິທີປະຕິວັດທີ່ສອດຄ່ອງ, ມີຄວາມສາມັກຄີປວງຊົນທັງຊາດຢ່າງແໜ້ນແຟ້ນ, ມີຄວາມຕັດສິນໃຈ ຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນ ທັງໄດ້ຮັບການສະໜັບ ສະໜູນຊ່ວຍເຫລືອຢ່າງຕັ້ງໜ້າ ຂອງບັນດາປະເທດສັງຄົມນິຍົມ ແລະ ຂອງຂະບວນການປະຕິວັດ ໃນໂລກ ແລ້ວປະເທດນັ້ນ ກໍສາມາດຕີຊະນະຈັກກະພັດ ຜູ້ຮຸກຮານທຸກໂຕ, ທັງສາມາດຍາດເອົາ ແລະ ປົກປັກຮັກສາເອກະລາດ ອິດສະຫລະພາບ ຂອງຊາດ ຕົນ ໄວ້ໄດ້.
-ໂຄງການການເມືອງ ໄດ້ຊີ້ໃຫ້ເຫັນວ່າ ສັງຄົມລາວໃນປັດຈຸບັນ ມີຂໍ້ຂັດແຍ່ງພື້ນຖານສອງຢ່າງ ຄື: ຂໍ້ຂັດແຍ່ງລະຫວ່າງປະຊາຊົນບັນດາເຜົ່າເປັນຕົ້ນ ແມ່ນ ປະຊາຊົນຜູ້ອອກແຮງງານ ກັບກຸ່ມນາຍທຶນຈຳໜ່າຍ, ອາດຍາສິດຂຸນເສິກ ແລະ ຊົນຊັ້ນສັກດິນາ. ຂໍ້ຂັດແຍ່ງທັງສອງຢ່າງນີ້ ມີການພົວພັນ ແລະ ກະທົບ ເຊິ່ງກັນ ແລະ ກັນ ແລະ ຕ້ອງແກ້ໄຂໄປພ້ອມໆກັນ, ສະເພາະໜ້ານີ້ ຕ້ອງສຸມໃສ່ແກ້ໄຂຂໍ້ຂັດແຍ່ງ ລະຫວ່າງ ຊາດລາວ ກັບ ຈັກກະພັດ ອາເມລິກາ ຜູ້ຮຸກຮານ ແລະ ພວກລູກມືຂາຍຊາດ.
- ໂຄງການ-ການເມືອງໄດ້ກຳນົດໜ້າທີ່ພື້ນຖານຂອງການປະຕິວັດລາວ ຄື: “ສາມັກຄີປະຊາຊົນບັນດາເຜົ່າ, ໂຄ່ນລົ້ມຈັກກະພັດຜູ້ຮຸກຮານ, ກຸ່ມນາຍທຶນ ຈໍາໜ່າຍ ອາດຍາສິດຂຸນເສິກ ແລະ ຊົນຊັ້ນສັກດີນາ, ສຳເລັດການ ປະຕິວັດຊາດ ປະຊາທິປະໄຕ ປະຊາຊົນ ໃນທົ່ວປະເທດ, ກຽມເງື່ອນໄຂທຸກຢ່າງທີ່ຈຳເປັນ ເພື່ອກ້າວຂຶ້ນສັງຄົມນິຍົມ ໂດຍກົງ ໂດຍບໍ່ຜ່ານເສັ້ນທາງຂະຫຍາຍຕົວແບບທຶນນິຍົມ, ເຮັດໃຫ້ປະເທດລາວ ກາຍເປັນປະເທດສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ. ຕັ້ງໜ້າປະກອບສ່ວນເຂົ້າໃນການຕໍ່ສູ້ເພື່ອສັນຕິພາບ ເອກະລາດແຫ່ງຊາດ ປະຊາທິປະໄຕ ແລະ ສັງຄົມນິຍົມ ຢູ່ອິນດູຈີນ, ອາຊີອາຄະເນ ແລະ ໃນໂລກ”.
- ໂຄງການການເມືອງໄດ້ກໍານົດໜ້າທີ່ຕົ້ນຕໍ ແລະຈຸດໝາຍການເມືອງສະເພາະໜ້າຂອງການປະຕິວັດລາວ ຄື :
+ ເຊີດຊູຄັນທຸງປະຕິວັດຊາດ ປະຊາທິປະໄຕ, ເພີ່ມທະວີຄວາມສາມັກຄີປວງຊົນທັງຊາດ, ສາມັກຄີທຸກກຳລັງປະຕິວັດ, ທຸກກຳລັງທີ່ຮັກຊາດ ແລະ ກ້າວໜ້າ, ສາມັກຄີແໜ້ນແຟ້ນກັບປະຊາຊົນຫວຽດນາມ ແລະ ປະຊາຊົນກໍາປູເຈຍ;
+ ຕັ້ງໜ້າກໍ່ສ້າງ ແລະຂະຫຍາຍກໍາລັງປະຕິວັດໃນທຸກດ້ານ, ຊຸກຍູ້ການຕໍ່ສູ້ເພື່ອປົກປັກຮັກສາ, ປັບປຸງ ແລະ ເປີດກວ້າງເຂດປົດປ່ອຍ;
+ ເພີ່ມທະວີການເຄື່ອນໄຫວ, ຊຸກຍູ້ຂະບວນການຕໍ່ສູ້ຂອງປະຊາຊົນ ໃນເຂດສັດຕູຄວບຄຸມຊົ່ວຄາວ, ຜາບແພ້ທຸກເລກົນຂອງຈັກກະພັດອາເມລິກາຜູ້ຮຸກຮານ ແລະ ພວກລູກມືຂາຍຊາດ, ເຮັດໃຫ້ປະເທດລາວ ເປັນປະເທດ ສັນຕິພາບ ເອກະລາດ ປະຊາທິປະໄຕ ເປັນກາງ ເອກະພາບ ແລະ ວັດທະນາຖາວອນ;
+ ຕັ້ງໜ້າປະກອບສ່ວນເຂົ້າໃນການຕໍ່ສູ້ເພື່ອສັນຕິພາບ ເອກະລາດແຫ່ງຊາດ ປະຊາທິປະໄຕ ແລະສັງຄົມນິຍົມ ຢູ່ອິນດູຈີນ, ອາຊີອາຄະເນ ແລະໃນໂລກ...
ສະພາບຕົວຈິງຂອງປະເທດລາວໃນເວລານັ້ນ ແມ່ນມີສອງເຂດ (ເຂດປົດປ່ອຍ ແລະ ເຂດກວດກາຊົ່ວ ຄາວຂອງສັດຕູ), ໂຄງການ-ການເມືອງຂອງພັກ ໄດ້ວາງ ໜ້າທີ່ລະອຽດໃຫ້ແຕ່ລະເຂດຢ່າງແທດເໝາະ ເຊັ່ນ :
+ ເຂດປົດປ່ອຍ: ປັບປຸງກ້ອນກຳລັງສາມັກຄີປະຊາຊົນ ບັນດາຊົນຊາດ, ເພີ່ມທະວີກໍາລັງປະຕິວັດໃນທຸກດ້ານ, ເດັດດ່ຽວຜາບແພ້ທຸກເລກົນຜູ້ຮຸກຮານ ຂອງ ຈັກກະພັດອາເມລິກາ ຜູ້ຮຸກຮານ ແລະ ພວກລູກມືຂາຍຊາດ;
+ ເຂດສັດຕູຄວບຄຸມຊົ່ວຄາວ: ຂົນຂວາຍ, ຈັດຕັ້ງປະຊາຊົນ, ເຕົ້າໂຮມທຸກກໍາລັງຂອງຊາດ ແລະ ປະຊາທິປະໄຕ, ຊຸກຍູ້ຂະບວນການຕໍ່ສູ້ຕ້ານ ຈັກກະພັດ ອາເມລິກາຜູ້ຮຸກຮານ ແລະ ພວກລູກມືຂາຍຊາດ, ທວງໃຫ້ປົວແປງ ຊີວິດຄວາມເປັນຢູ່ ແລະ ປະຕິບັດສິດເສລີພາບ ປະຊາທິປະໄຕ ຂອງປະຊາຊົນ.
- ກໍາລັງປະຕິວັດ ໃນໄລຍະການປະຕິວັດຊາດ ປະຊາທິປະໄຕ ປະຊາຊົນ ແມ່ນ: “ກໍາມະກອນ, ຊາວໄຮ່ນາ, ນັກຮຽນຮູ້ປະຕິວັດ, ນາຍທຶນນ້ອຍ, ນາຍທຶນແຫ່ງຊາດ, ຜູ້ຊົງຄຸນວຸດທິ ທີ່ຮັກຊາດ ແລະ ກ້າວໜ້າ; ໃນນັ້ນ ກຳລັງຕົ້ນຕໍແມ່ນກຳມະກອນ ແລະຊາວໄຮ່ນາຜູ້ອອກແຮງງານ, ພັນທະພາບ ກຳມະ ກອນ-ຊາວນາ ເຊິ່ງຢູ່ພາຍໃຕ້ການນໍາພາ ຂອງຊົນຊັ້ນກໍາມະກອນ ເປັນປັດໃຈຕັດສິນ ແລະ ຮັບປະກັນທຸກໄຊຊະນະ ຂອງການປະຕິວັດ”.
* ທິດນຳ ແລະຮູບການຕໍ່ສູ້ຂອງການປະຕິວັດລາວ :
- ທິດນຳ: ຕໍ່ສູ້ແບບປວງຊົນ, ຮອບດ້ານ, ຍາວນານ ອີງໃສ່ກຳລັງແຮງຂອງຕົນເອງເປັນຕົ້ນຕໍ, ພ້ອມກັນນັ້ນກໍ່ຖືເປັນສຳຄັນ ການຍາດແຍ່ງເອົາການຊ່ວຍເຫລືອ ຂອງບັນດາປະເທດ ສັງຄົມນິຍົມອ້າຍນ້ອງ, ໝູນໃຊ້ຍຸດທະສາດ ບຸກຢ່າງເໝາະສົມ, ກຳແໜ້ນຄວາມຮຸນແຮງປະຕິວັດ, ທັງຕໍ່ສູ້ ທັງກໍ່ສ້າງກຳລັງ, ເອົາການເມືອງ ເປັນກົກ, ການທະຫານເປັນກຳລັງແຮງ, ເສດຖະກິດເປັນພື້ນຖານ ສົມທົບບັນດາຮູບການຕໍ່ສູ້ດ້ວຍອາວຸດ ກັບການຕໍ່ສູ້ທາງ ການເມືອງຢ່າງແໜ້ນແຟ້ນ.
- ຮູບການ: ຂະຫຍາຍທຸກຮູບການຕໍ່ສູ້ດ້ານການທະຫານ, ການເມືອງ, ການຕ່າງປະເທດ, ເສດ ຖະກິດ, ວັດທະນະທຳແນວຄິດ, ກົດໝາຍ ແລະອື່ນໆ; ໃນນັ້ນ ເອົາການຕໍ່ສູ້ດ້ວຍອາວຸດ ແລະ ການເມືອງຂອງມະຫາຊົນເປັນຕົ້ນຕໍ.
ນອກນີ້ ກອງປະຊຸມຍັງໄດ້ວາງນະໂຍບາຍໃຫຍ່ຫລາຍດ້ານເຊັ່ນ: ນະໂຍບາຍແນວໂຮມແຫ່ງຊາດ, ຊົນຊາດ, ອຳນາດການປົກຄອງ, ສິດເສລີພາບ ປະຊາທິ ປະໄຕ, ນະໂຍບາຍປົດປ່ອຍແມ່ຍິງ ແລະ ອື່ນໆອີກ.
- ໂຄງການ-ການເມືອງ ໄດ້ຊີ້ອອກວ່າ: ໜ້າທີ່ພື້ນຖານທີ່ມີຄວາມໝາຍຕັດສິນກວ່າໝູ່ ໃນປັດຈຸບັນ ແມ່ນເພີ່ມທະວີການກໍ່ສ້າງພັກໃຫ້ແໜ້ນແກ່ນເຂັ້ມແຂງ ໃນທຸກດ້ານ ຄື: ດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ເພີ່ມທະວີລັກ ສະນະຊົນຊັ້ນກໍາມະກອນ ແລະ ລັກສະນະນໍາໜ້າຕໍ່ສູ້ຂອງພັກຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ມີກໍາລັງຕໍ່ສູ້ ແລະມີຄວາມສາມາດນໍາພາທົ່ວປວງຊົນ ຕໍ່ສູ້ກູ້ຊາດຕ້ານອາເມລິກາ, ສຳເລັດການປະຕິວັດຊາດ-ປະຊາທິປະໄຕໃນທົ່ວປະເທດ ແລະ ກຽມ ເງື່ອນໄຂອັນຈໍາເປັນທຸກຢ່າງ ເພື່ອກ້າວຂຶ້ນສັງຄົມນິຍົມ.
- ໂຄງການ-ການເມືອງໄດ້ເນັ້ນໜັກ ຫລັກການ ແລະ ທິດນໍາ ກ່ຽວກັບການກໍ່ສ້າງພັກ ຄື :
*ຫລັກການກໍ່ສ້າງພັກ :
+ ພັກຖືລັດມິມາກ-ເລນິນ, ລັດທິຮັກຊາດອັນແທ້ຈິງ ສົມທົບລັດທິສາກົນກຳມາຊີບເປັນພື້ນຖານແນວຄິດ ແລະ ເປັນເຂັມທິດ ສຳລັບການເຄື່ອນໄຫວ ທຸກ ປະການ;
+ ພັກຈັດຕັ້ງຕາມຫລັກການລວມສູນປະຊາທິປະໄຕ, ບຸກຄົນຂຶ້ນກັບການຈັດຕັ້ງ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫລາຍ, ຂັ້ນລຸ່ມຂຶ້ນກັບຂັ້ນເທິງ, ທົ່ວພັກຂຶ້ນ ກັບ ສູນກາງພັກ;
+ ພັກມີລະບຽບວິໃນເຂັ້ມງວດ;
+ ພັກເປັນກ້ອນກຳລັງສາມັກຄີເອກະພາບທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ການກະທໍາ, ບໍ່ອະນຸຍາດໃຫ້ມີການກະທຳແບ່ງພັກແຍກ ພວກໃດໆໝົດ;
+ ພັກເຄື່ອນໄຫວຕາມແນວທາງມະຫາຊົນ, ພົວພັນສະໜິດແໜ້ນກັບມະຫາຊົນ;
+ ພັກເອົາການຕິຊົມຕົນເອງ ແລະ ຕິຊົມກັນເປັນກົດເກນຂະຫຍາຍຕົວຂອງພັກ.
* ທິດນຳໃນການກໍ່ສ້າງພັກ :
+ ການກໍ່ສ້າງພັກຕ້ອງຮັບໃຊ້ ແລະ ຕິດແໜ້ນກັບການປະຕິບັດໜ້າທີ່ການເມືອງຂອງພັກ ໃນແຕ່ລະໄລຍະ ແລະ ຕ້ອງຕິດແໜ້ນກັບຂະບວນການຕໍ່ສູ້ປະຕິວັດ ຂອງມະຫາຊົນ;
+ ການກໍ່ສ້າງພັກ ຕ້ອງສ້າງທັງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ;
+ ການສ້າງພັກ ຕ້ອງສ້າງໃນດ້ານປະລິມານ ແລະ ຄຸນນະພາບ, ແຕ່ຕ້ອງເອົາຄຸນນະພາບເປັນກົກ ເພື່ອຮັບປະກັນລັກສະນະຊົນຊັ້ນກໍາມະກອນ ແລະ ລັກສະນະນຳໜ້າຕໍ່ສູ້ຂອງພັກ.
- ກອງປະຊຸມ ໄດ້ຕົກລົງປ່ຽນຊື່ ພັກປະຊາຊົນລາວ ມາເປັນພັກປະຊາຊົນປະຕິວັດລາວ ໃນປະຈຸບັນ.
ຄັດມາຈາກ : http://kpl.gov.la/Page/Political/party2.aspx
ຂ່າວເພີ່ມຕື່ມ
ອະນຸມັດ ວັນທີ:
17/03/2026
ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານແມ່ຍິງ ປະຈໍາປີ 2025 ແລະ ແຜນການ ປີ 2026 ຂອງສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ
ອະນຸມັດ ວັນທີ:
13/03/2026
ກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍດ່ານເຂົ້າ-ອອກ ສປປ ລາວ ຢູ່ຂັ້ນສູນກາງ ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກດ່ານທົ່ວປະເທດ
ອະນຸມັດ ວັນທີ:
06/03/2026
ກອງປະຊຸມພົບປະລະຫວ່າງພາກລັດ ແລະ ອົງການຈັດຕັ້ງສັງຄົມລາວ ປະຈຳປີ 2025
ອະນຸມັດ ວັນທີ:
20/02/2026
ຄະນະຈັດຕັ້ງສູນກາງພັກ ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປະຈໍາປີ 2026
ອະນຸມັດ ວັນທີ:
24/12/2025
ຍົກລະດັບຄວາມຮູ້ ແລະ ສ້າງຄວາມເຂັ້ມແຂງໃຫ້ ພະນັກງານ-ລັດຖະກອນ ຄຈສພ
ອະນຸມັດ ວັນທີ:
24/12/2025
ກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານສຳຄັນ ແລະ ປັບປຸງການຈັດຕັ້ງພາຍໃນ ຄຈສພ
ໄດ້ຮັບອະນຸຍາດ ສ້າງເວບໄຊຈາກຄະນະຈັດຕັ້ງສູນກາງພັກ ເພື່ອເຜີຍແຜ່, ແນະນຳແນວທາງການຈັດຕັ້ງ ຂອງພັກປະຊາຊົນປະຕິວັດລາວ